ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ພັດທະນາ​ລະບົບ​ລູກ​ສອນ​ໄຟ​ ຄວາມ​ຮ້ອນ TOS-3 Dragon


ລູກ​ສອນ​ໄຟ​ ​ຄວາມ​ຮ້ອນ​ TOS-3 Dragon

     ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ລາຍ​ງານ​ຂ່າວ​ວ່າ: ຫວ່າງ​ມໍ່ໆມານີ້, ອຸດສາຫະກຳ​ປ້ອງ​ກັນ​ປະເທດ​ຣັດ​ເຊຍ​ ປະກາດ​
ແຜນການ​ພັດທະນາ​ລະບົບ​ລູກ​ສອນ​ໄຟ​ທີ່​ມີ​ຄວາມ​ຮ້ອນ​ທີ່​ມີຊື່ວ່າ: TOS-3 Dragon, ນີ້​ແມ່ນ​ຜະລິດ​ຕະ​ພັນ​ທີ່​ປະສົມ​ປະສານ​ມາ​
ຈາກ TOS-1A Sontsepek ແລະ TOS-2 Tosochka.

     ລາຍ​ລະອຽດ​ທີ່​ກ່ຽວ​ກັບ​ລະບົບ​ນີ້​ເຊັ່ນ: ໄລຍະ​ການ​ພັດທະນາ​ໂຄງການ, ໄລຍະ​ເວລາ​ການ​ຈັດຕັ້ງ​ປະຕິບັດ ແລະ ຄວາມ​ສາມາດ
​ໃນ​ການ​ຜະລິດ​ຂະໜາດ​ໃຫຍ່​ຍັງ​ບໍ່​ທັນ​ໄດ້​ເປີດເຜີຍ. ແຕ່​ແຫຼ່ງ​ຂ່າວ​ຈາກ​ອຸດສາຫະກຳ​ປ້ອງ​ກັນ​ປະເທດ​ຣັດ​ເຊຍ ​ກ່າວ​ວ່າ: ການ​ອອກ​
ແບບ​ຂອງ TOS-3 "Dragon" ເປັນ​ການ​ປະສົມ​ປະສານ​ທີ່​ມີ​ລັກ​ສະນະ​ດີ​ກວ່າ​ລະບົບ​ລຸ້ນ​ກ່ອນ​ໜ້າ, ດ້ວຍ​ການ​ເລືອກ​ເອົາ​ລົດ​ຕັງ
T-72 ຫຼື T-90, ເພື່ອ​ນຳ​ເອົາ​ຄວາມທົນ​ທານ​ຂອງ​ລະບົບ​ອາວຸດ​ນີ້​ໃນ​ການ​ເຄື່ອນ​ໄຫວ​ໃນ​ສະໜາມຮົບ​ຢ່າງ​ແຂງແຮງ. ນອກຈາກ​ນັ້ນ,
TOS-3 ຍັງ​ສືບ​ທອດ​ກົນ​ໄກ​ຈາກ TOS-2 Tosochka ເພື່ອ​ປັບປຸງ​ປະສິດທິພາບ​ໃນ​ການ​ຕໍ່ສູ້.

     ກະຊວງ​ປ້ອງ​ກັນ​ປະເທດ​ຣັດ​ເຊຍ ໃຫ້​ຮູ້​ຕື່ມ​ວ່າ: ອາວຸດ TOS ພັດທະນາ ​ເພື່ອ​ປະຕິບັດ​ໜ້າທີ່​ຕົ້ນຕໍ​ແມ່ນ​ສຸມ​ໃສ່​ການ​ທຳລາຍ​
ກຳລັງ​ສັດຕູ, ປ້ອມ​ປ້ອງ​ກັນ ແລະ​ ລົດ​ຫຸ້ມ​ເກາະ​ເບົາ. ລຸ້ນ​ທຳ​ອິດ​ຂອງ​ລະບົບ​ອາວຸດ​ນີ້, ໄດ້​ເປີດ​ຕົວ​ໃນ​ທ້າຍ​ຊຸມ​ປີ 1980, ຫຼັງ​ຈາກ​ນັ້ນ,
ລຸ້ນ​ອື່ນໆ ລວມ​ທັງ TOS-1A Solntsepyok ແລະ TOS-2 ໄດ້ຕາມມາ​ດ້ວຍ​ການ​ປັບປຸງ​ລະດັບ ​ແລະ ​ກຳລັງ​ໄຟ. ການ​ເກີດ​ຂອງ
TOS-3 "Dragon", ມີ​ລັກສະນະ​ສືບ​ທອດ​ທີ່​ເໜືອກ​ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ເປັນ​ລະບົບ​ອາວຸດ​ທີ່​ເປັນ​ສັນຍາ​ລັກ​ແຫ່ງ​ການ​
ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ທາງ​ດ້ານ​ອາວຸດ​ປະເພດ​ນີ້​ຂອງ​ຣັດ​ເຊຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2024